ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ສະຫຼຸບຖອດຖອນບົດຮຽນວຽກງານປະຈຳປີ 2023


     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປະຈຳປີ 2023 ແລະ ວາງທິດທາງແຜນການປະຈຳປີ 2024 ຂອງ ກະຊວງປ້ອງກັນ
ປະເທດ ໄດ້ຈັດຂຶ້ນໃນວັນທີ 5 ກຸມພາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມ
ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍກຳມະການສູນກາງພັກ, ຮອງລັດ
ຖະມົນຕີ, ຫົວໜ້າກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຫ້ອງການ ປກຊ-ປກສ ສູນກາງ ຕະຫອຼດຮອດຄະນະພັກ-ຄະນະບັນຊາ
ບັນດາກຳລັງຫຼວງ-ກໍາລັງທ້ອງຖິ່ນໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

     ໃນພິທີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວເປີດ ແລະ ມີຄໍາເຫັນບາງຕອນວ່າ: ການດໍາເນີນກອງປະຊຸມຄັ້ງນີ້ ພວກ
ເຮົາຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດວຽກງານໃນ 1 ປີ ຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງ
ພັກ ແລະ ວຽກງານຈຸດສຸມຂອງກະຊວງ ກໍຄືການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຢູ່ຂັ້ນກະຊວງ
ແລະ ຂັ້ນຕ່າງໆໃນທົ່ວປະເທດ, ໃນໄລຍະ 1 ປີ ຜ່ານມາປະເທດຊາດຂອງພວກເຮົາສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ,
ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນໃນນັ້ນ, ກອງທັບເຮົາໄດ້ເປັນກຳລັງຫຼັກແຫຼ່ງ ໃນການປ້ອງກັນຊາດ
ໃຫ້ມີຄວາມສະຫງົບປອດໄພ, ສ້າງໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນຳພັກ-ລັດ ກໍຄືປະຊາຊົນລາວບັນດາເຜົ່າ. ລັດຖະມົນຕີ
ກະຊວງປ້ອງກັນປະເທດຍັງກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດວຽກງານ ໂດຍສະ
ເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງ
ກອງທັບເຮົາ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນເອກະພາບວາງທິດທາງແຜນການ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດ
ໃນປີ 2024 ພວກເຮົາຕ້ອງຍົກສູງຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ,
ຕີລາຄາສະພາບການຢ່າງພາວະວິໄສຕ້ອງເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຄົງຄ້າງ ເພື່ອກຳນົດທິດທາງວຽກງານຈຸດສຸມ ໃນ
ປີ 2024 ໃຫ້ແທດເໝາະກັບສະພາບຕົວຈິງຂອງກອງທັບເຮົາ, ບົນພື້ນຖານການຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆ
ດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນ ແລະ ເກີດໝາກຜົນຕົວຈິງ. ສະນັ້ນ, ຮຽກຮ້ອງໃຫ້ບັນດາສະຫາຍຍົກສູງຄວາມຮັບ
ຜິດຊອບ, ເປັນເຈົ້າການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ຍົກໃຫ້ເຫັນບັນຫາເພື່ອປັບປຸງແກ້ໄຂ ແລະ ປະກອບຄໍາເຫັນໃສ່ເນື້ອໃນຕ່າງໆ
ຂອງກອງປະຊຸມໃນຄັ້ງນີ້ໃຫ້ມີຜົນສຳເລັດເປັນຢ່າງດີ.

     ຈາກນັ້ນ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າຫ້ອງວ່າກະຊວງປ້ອງກັນປະເທດ,
ໄດ້ຜ່ານບົດສະຫຼຸບຖອດຖອນບົດຮຽນປະຈຳປີ 2023, ພ້ອມທັງຜ່ານແຜນການປະຈໍາປີ 2024 ພ້ອມນັ້ນ ຜູ້ແທນກອງປະຊຸມ ກໍໄດ້ປະ
ກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ແລະ ວາງທິດທາງແຜນການຢ່າງກົງໄປ-ກົງມາ ເຊິ່ງກອງປະຊຸມຈະດໍາເນີນ ແຕ່ວັນທີ 5 ຫາ ວັນທີ 6 ກຸມ
ພາ 2024 ຈຶ່ງຈະສໍາເລັດ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 07/02/2024